ວັນພຸດ, ວັນທີ 10 ມິຖຸນາ 2021ວິທະຍາໄລຄູຫຼວງພະບາງ ໄດ້ຈັດກອງປະຊຸມທາງ Online ຮ່ວມກັບ ມະຫາວິທະຍາໄລການສຶກສາແຫ່ງຊາດຊິນຈູ່ ສ.ເກົາຫຼີ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ຫຸມພັນ ຄອນສະຫວັດ ຜູ້ອຳນວຍການ ວຄຫຼບ ແລະ ທ່ານ Prof. HA Kyung-Soo Department of Sociat Studies of Education ໂດຍມີຜູ້ເຂົ້າຮ່ວມທັງໝົດ 22 ທ່ານ, ຍິງ 5 ທ່ານ (LPTTC: 18/4, CUE: 4/1) ກອງປະຊຸມດັ່ງກ່າວແມ່ນດຳເນີນໄປຕາມ 3 ຈຸດປະສົງຄື:
1. ການລາຍງານສະພາບການແຜ່ລະບາດຂອງພະຍາດ Covid-19 ລວມເຖິງການປິດການສຶກສາພາກປົກກະຕິ ແລະ ຮັບນັກສຶກສາພາກພັກທ້າຍພາກຮຽນຂອງ ວຄຫຼບ.
2. ການກະກຽມຄວາມພ້ອມທາງດ້ານວິຊາການເພື່ອການເປີດກອງປະຊຸມຮ່ວມໃນວັນສຸກ, ວັນທີ 2 ກໍລະກົດ 2021.
3. ການຕົກລົງວັນ ແລະ ເວລາ ຮ່ວມກັນລະຫວ່າງ LPTTC ກັບ CUE ໃນການຈັດກອງປະຊຸມເພື່ອລາຍງານ ແລະ ປຶກສາຫາລື ປະຈຳແຕ່ລະເດືອນ






