ພິທີຮັບມະຫາຊົນກ້າວໜ້າເຂົ້າເປັນສະມາຊິກກຳມະບານໃໝ່ຂະແໜງອະນຸບານ-ປະຖົມ
ໃນຕອນແລງຂອງວັນອັງຄານວັນທີ 3 ເດືອນພຶດສະພາ 2022 ທາງຄະນະກໍາມະບານຂະແໜງອະນຸບານ-ປະຖົມ ໂດຍສົມທົບກັບຂະແໜງວິທະຍາສາດທໍາມະຊາດໄດ້ຈັດພິທີຮັບມະຫາຊົນຜູ້ທີ່ມີຄວາມກ້າວໜ້າ ເຂົ້າເປັນສະມາຊິກກໍາມະບານຊຸດໃໝ່ພາຍໃຕ້ການເປັນປະທານ ຂອງທ່ານ ອຈ ປໂທ ນາງ ສົມຈິດ ແສງພະຊິດໄຊ ປະທານສະຫະພັນກໍາມະບານວິທະຍາໄລຄູຫຼວງພະບາງ ເຊິ່ງມີມະຫາຊົນຜູ້ກ້າວໜ້າເຂົ້າຮ່ວມທັງໝົດ 98 ສະຫາຍ, ຍິງ 56 ສະຫາຍ ແລະ ຄູອາຈາຈາກຂະແໜງອ້ອມຂ້າງກໍ່ເຂົາຮ່ວມ ໃນພິທີທ່ານປະທານໄດ້ກ່າວຊີ້ນໍາສະມາຊິກໃໝ່ໃນການປະຕິບັດຕົນ ແລະ ພັດທະນາຄວາມຮູ້ຄວາມສາມາດຂອງຕົນເອງຢ່າງຕໍ່ເນື່ອງ.ພາບ ແລະ ຂ່າວໂດຍ: ຊອ ປຕີ ນາງ ບຸນຫຼາຍ ພັນທອງ