ກອງປະຊຸມອອນລາຍລະຫວ່າງວິທະຍາໄລຄູຫຼວງພະບາງ ແລະ ມະຫາວິທະຍາໄລແຫ່ງຊາດຊິ່ນຈູ ຄັ້ງທີ່ 4
ໃນຕອນເຊົ້າຂອງວັນພຸດ, ວັນທີ 28 ຕຸລາ 2020 ໄດ້ມີການຈັດກອງປະຊຸມອອນລາຍລະຫວ່າງວິທະຍາໄລຄູຫຼວງພະບາງ ແລະ ມະຫາວິທະຍາໄລແຫ່ງຊາດຊິ່ນຈູ ຄັ້ງທີ່ 4 ເພື່ອສືບຕໍ່ປຶກສາຫາລືກ່ຽວກັບການພັດທະນາເນື້ອໃນຫຼັກສູດການເຝິກອົບຮົມສາຍວິຊາວິທະຍາສາດ ແລະ ການຈັດຊື້ອຸປະກອນທົດລອງເຝິກອົບຮົມ ໂດຍການເຂົ້າຮ່ວມຂອງທ່ານ ປອ. ອານຸສິດມະໂນສານ ຄະນະອຳນວຍການວິທະຍາໄລຄູຫຼວງພະບາງ ພ້ອມດ້ວຍຄູ-ອາຈານ ແລະ ຜູ້ປະສານງານຈາກມະຫາວິທະຍາແຫ່ງຊາດຊິ່ນຈູ.