ອະທິບາຍໜ່ວຍກິດ
ວິຊານີ້ມີ 3 ໜ່ວຍກິດ ໃນນັ້ນ ມີ 2 ຊົ່ວໂມງບັນລະຍາຍຕໍ່ອາທິດເທົ່າ 32 ຊົ່ວໂມງໃນ 16 ອາທິດ ແລະ 2 ຊົ່ວໂມງພາກປະຕິບັດຕໍ່ອາທິດເທົ່າ 32 ຊົ່ວໂມງໃນ 16 ອາທິດ ແລະ 4 ຊົ່ວໂມງພາກສະໜາມຕໍ່ອາທິດ ເທົ່າ 64 ຊົ່ວໂມງໃນ 16 ອາທິດ, ລວມມີ 64 ຊົ່ວໂມງ.
ຈຸດປະສົງ
ເມື່ອຮຽນວິຊານີ້ແລ້ວນັກສຶກສາຄູຈະສາມາດ:
1.ຕິດຕັ້ງ Web Server ເພື່ອສ້າງເວັບໄຊ.
2. ສ້າງເວັບໄຊໂດຍນຳໃຊ້ພາສາ HTML/CSS/JavaScript.
3.ສ້າງເວັບໄຊໂດຍນຳໃຊ້ລະບົບຈັດການເນື້ອໃນ CMS.
4. ອະທິບາຍໄດ້ຫຼັກການການອອກແບບເວັບໄຊ.
ເນື້ອໃນຫຍໍ້
ການຕິດຕັ້ງ HTTP Server, ການຕິດຕັ້ງ PHP, ການຕິດຕັ້ງ MySQL Server, ການນຳໃຊ້ພາສາ HTML/CSS/JavaScript/PHPໃນການພັດທະນາເວັບໄຊ, ການຕິດຕັ້ງ ແລະ ນຳໃຊ້ລະບົບຈັດການເນື້ອໃນ CMS.
ການດຳເນີນການສອນ
ວິຊານີ້ມີ 2 ພາກ ພາກທີ 1 ມີ 6 ບົດ ພາກທີ 2 ມີ 3 ບົດ ລວມທັງໝົດມີ 9 ບົດ ແຕ່ລະບົດມີຫຼາຍຫົວຂໍ້ຫຍ່ອຍ ເຊິ່ງຈະໄດ້ຈັດການຮຽນ-ການສອນພາຍໃນ 16 ອາທິດ, ໃນນັ້ນຄູໃຊ້ຮູບການສອນໂດຍ ການບັນລະຍາຍ ແລະ ນຳພານັກຮຽນປະຕິບັດຕົວຈິງໃນຫ້ອງຮຽນ. ນອກນັ້ນຄູໃຫ້ວຽກມອບໝາຍເປັນກຸ່ມ ຫຼື ບຸກຄົນ ເຮັດເປັນບົດລາຍງານມານຳສະເໜີ.
0.00 average based on 0 ratings