ຕະກູນ: RUBIACEAE
ຊື່ວິທະຍາສາດ: Morinda citrifolia L.
ຊື່ສາມັນ: Indian mulberry, Great morinda.
ຊື່ພື້ນເມືອງອື່ນໆ: ຍໍບ້ານ
ຍໍບ້ານ ເປັນໄມ້ຢືນຕົ້ນສູງ 2 – 6 ແມັດ
ໃບ ໃບດ່ຽວຮຽງກົງກັນຂ້າມເປັນຄູ່ຕັ້ງສາກກັນ, ໃບຮູບວົງຣີໂຄນ ແລະ ປາຍໃບແຫຼມ, ຜິວໃບສີຂຽວເປັນມັນທັງສອງດ້ານ, ຂອບລຽບ ຫູໃບຢູ່ລະຫວ່າງໂຄນກ້ານໃບ.
ດອກ ຊໍ່ດອກອອກທີ່ຊອກໃບ ຖານດອກອັດກັນແໜ້ນເປັນຮູບຊົງກົມ, ດອກຍ່ອຍຂະໜາດນ້ອຍ ໂຄນກີບດອກເຊື່ອມຕິດກັນເປັນຫຼອດ, ກີບດອກສີຂາວ ມີ 5 ແຊກ.
ໝາກ ໝາກເປັນໝາກສົດເຊື່ອມຕິດກັນເປັນໝາກລວມ ຊົງກະບອກ, ເນື້ອໝາກຊ່ຳນ້ຳ ເມື່ອແກ່ເປັນສີຂາວມີກິ່ນເໝັນ ພາຍໃນມີເມັດສີນ້ຳຕານເຂັ້ມຈຳນວນຫຼາຍ.
ສະພາບນິເວດ: ພົບໄດ້ທົ່ວໄປທຸກພາກໃນທົ່ວປະເທດ, ຈະເລີນເຕີບໂຕໄດ້ໃນດິນທຸກຊະນິດ, ທົນແລ້ງ ແລະ ຕ້ອງການນ້ຳປານກາງ.
ການຂະຫຍາຍພັນ: ເພາະເມັດ
ການໃຊ້ປະໂຫຍດ: ເປັນພືດອາຫານ, ພືດສະໝຸນໄພ ແລະ ພືດໃຊ້ສອຍ ຍອດອ່ອນນຳໄປຫໍ່ໝົກ ຫຼື ຕົ້ມກິນເປັນຜັກກັບ, ໝາກນຳໄປຕາກແຫ້ງໃຊ້ຕົ້ມນ້ຳດຶ່ມ.
ຂໍ້ມູນອ້າງອີງ
- ອັບສອນ ວິທະຍາປະພາຣັດ ແລະ ຄົນອື່ນໆ, (2553), ພືດອາຫານ ແລະ ພືດສະໝຸນໄພທ້ອງຖິ່ນບົນພື້ນທີ່ສູງ, ຊຽງໃໝ່ : ບໍລິສັດ ທຣີໂອ ແອດເວີໄທຊິ່ງ ຈຳກັດ.