ວິທະຍາໄລຄູຫຼວງພະບາງ ຈັດພິທີມອບ-ຮັບ ໃບຢັ້ງຢືນນາມມະຍົດ 4 ບຸກ
ໃນຕອນເຊົ້າຂອງວັນທີ 04 ທັນວາ 2020 ນີ້, ໜ່ວຍຊາວໜຸ່ມຮາກຖານວິທະຍາໄລຄູຫຼວງພະບາງ ໄດ້ຈັດພິທີ ມອບ-ຮັບ ໃບຢັ້ງຢຶນນາມມະຍົດ 4 ບຸກ ເປັນຄັ້ງທີ II ຂອງຕົນຂື້ນຢ່າງເປັນທາງການ ຢູ່ທີ່ຫ້ອງປະຊຸມຕຶກ 3 ຊັ້ນຂອງວິທະຍາໄລຄູຫຼວງພະບາງ. ໃຫ້ກຽດເຂົ້າຮ່ວມເປັນປະທານ ໂດຍສະຫາຍ ໄຊນະຄອນ ສຸດທິດາ ຄະນະບໍລິຫານງານຊາວໜຸ່ມແຂວງຫຼວງພະບາງ, ສະຫາຍ ປທ ທອງຫລໍ່ ຄຸນສະຫວັດ ຮອງເລຂາພັກ ວິທະຍາໄລຄູຫຼວງພະບາງ, ສະຫາຍ ປທ ໄຊຄໍາ ອິນທະພອນ ຄະນະບໍລິຫານງານຊາວໜຸ່ມແຂວງ ເລຂາຮາກຖານວິທະຍາໄລຄູຫຼວງພະບາງ ພ້ອມດ້ວຍແຂກຖືກເຊີນ ແລະ ສະມາຊິກຊາວໜຸ່ມເຂົ້າຮ່ວມທັງໝົດ 132 ສະຫາຍ, ຍິງ … Continued